ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ລົງເຄື່ອນໄຫວກວດກາ
ໂຄງການກໍ່ສ້າງ-ສ້ອມແປງຫ້ອງການ ກະລາລົດຢູ່ສະໜາມບິນທົ່ງໄຫຫີນ


     ວັນທີ 30 ກັນຍາ ທີ່ຜ່ານມານີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ພ້ອມດ້ວຍຄະນະ ທີ່ກ່ຽວຂ້ອງໄດ້ລົງຕິດຕາມກວດກາຄວາມຄືບໜ້າໂຄງການກໍ່ສ້າງສວນວາງ ສະແດງຍົນ ກອງທັບອາກາດລາວ ທີ່ບ້ານໂພນຄໍາ
ເມືອງແປກ ແຂວງຊຽງຂວາງ; ເຊິ່ງເປັນໂຄງການຂອງກອງບັນຊາການທະຫານອາກາດ ມອບໃຫ້ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການ
ຄົບວົງຈອນ ຈໍາກັດ (SCS) ເປັນຜູ້ຮັບເໝົາກໍ່ສ້າງ ໃນເນື້ອທີ່ 30 x 75 ແມັດ. ໃນການລົງກວດຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການກໍ່
ສ້າງພື້ນຖານ ແລະ ສະພາບຂໍ້ສະດວກຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຕົວຈິງ. ນັບແຕ່ມື້ເລີ່ມລົງມືກໍ່ສ້າງມາຮອດປັດຈຸບັນໂຄງການ
ດັ່ງກ່າວແມ່ນກໍ່ສ້າງສໍາເລັດ 40% ແລະ ຄາດວ່າຈະໃຫ້ສໍາເລັດພາຍໃນທ້າຍປີ 2023 ນີ້; ເພື່ອກຽມພ້ອມໃສ່ການສະເຫຼີມສະຫຼອງວັນສ້າງຕັ້ງ
ກອງທັບ ຄົບຮອບ 75 ປີ ທີ່ຈະມາເຖິງໃນມໍ່ໆນີ້. ຈາກນັ້ນກໍໄດ້ໄປກວດກາຄືນໂຄງການກໍ່ສ້າງ-ສ້ອມແປງຫ້ອງການ, ກະລາລົດວິຊາສະເພາະພາກ
ພື້ນດິນ ງໍ 206 ຢູ່ສະໜາມບິນທົ່ງໄຫຫີນ; ການກໍ່ສ້າງແມ່ນດຳເນີນໄປຕາມແຜນດຳເນີນງານສະບັບເລກທີ 0249 /ຊທນ.ບສ ລົງວັນທີ 11 ສິງຫາ
2022 ເຊິ່ງທັງສອງຝ່າຍໄດ້ເອກະພາບກັນໄລຍະເວລາການຈັດຕັ້ງປະຕິບັດແມ່ນ 12 ເດືອນ ແລະ ຮັບປະກັນຜົນສໍາເລັດໂຄງການ 12 ເດືອນ ນັບ
ແຕ່ມື້ລົງລາຍເຊັນໃບມອບຮັບຊົ່ວຄາວໂຄງການ. ໄລຍະການກໍ່ສ້າງແມ່ນເລີ່ມແຕ່ວັນທີ 1 ກັນຍາ 2022 ເຖິງ ວັນທີ 31 ສິງຫາ 2023. ປະກອບ
ມີ 7 ໜ້າວຽກຄື: ສ້ອມແປງອາຄານເກົ່າເປັນຫ້ອງການ 12,8x7 ແມັດ, ສ້ອມແປງອາຄານເກົ່າເປັນຫ້ອງສາກໝໍ້ໄຟ 6,2x6,2 ແມັດ; ສ້ອມແປງ
ປໍ້ານໍ້າມັນເກົ່າ, ກໍ່ສ້າງຕໍ່ເຕີມອູ່ລົດວິຊາສະເພາະຂະໜາດ18x24ແມັດ, ກໍ່ສ້າງຫ້ອງນໍ້າ 4,5x3 ແມັດ, ກໍ່ສ້າງຮົ້ວຕາໜາງໝາກກອກຢູ່ກາລາລົດວິ
ຊາສະເພາະພາກພື້ນດິນ 530 ແມັດ ແລະ ກໍ່ສ້າງບ່ອນລ້າງອັດສິດ. ຜ່ານການຈັດຕັ້ງປະຕິບັດລົງມືກໍ່ສ້າງ ບໍລິສັດ ໄຊທານີ ກໍ່ສ້າງ-ຂົວທາງ ຈໍາກັດ
ຜູ້ດຽວ ເຊິ່ງເປັນຜູ້ຮັບເໝົາໂຄງການກໍ່ສ້າງ-ສ້ອມແປງ ໄດ້ເອົາໃຈໃສ່ດໍາເນີນໂຄງການດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການກໍ່ສ້າງ-ສ້ອມ
ແປງສຳເລັດຕາມກຳນົດເວລາທີ່ໄດ້ລະບຸໃນສັນຍາ 100% ດ້ວຍມູນຄ່າທີ່ຂັ້ນເທິງໄດ້ອານຸມັດແມ່ນ 3.020.696.000 ກີບ (ສາມຕື້ຊາວລ້ານຫົກ
ແສນເກົ້າສິບຫົກພັນກີບ). ເຊິ່ງຜົນສໍາເລັດດັ່ງກ່າວນັ້ນ ກໍຍ້ອນການເອົາໃຈໃສ່ຂອງຄະນະຊີ້ນໍາທີ່ໄດ້ລົງຕິດຕາມກວດກາ ແລະ ອໍານວຍຄວາມສະດວກ
ໃນການກໍ່ສ້າງຢ່າງເປັນປົກກະຕິ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງ-ສ້ອມແປງຫ້ອງການ, ກະລາລົດວິຊາສະເພາະພາກພື້ນດິນ ງໍ 206 ສໍາເລັດຕາມຄາດໝາຍ
ທີ່ວາງໄວ້.

ແຫຼ່ງຂ່າວໂດຍ ຂັນເພັດ
ວັນທີ 04/10/2023